ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີກະຊວງການເງິນພ້ອມດ້ວຍ ພັນລະຍາ
ການນຳພັກ-ລັດລົງຢ້ຽມຢາມ
ບັນດາກົມກອງ ແລະ ປະຊາຊົນ ຢູ່ ແຂວງຫົວພັນ


     ໃນລະຫວ່າງວັນທີ 1-2 ມັງກອນ 2024 ນີ້, ສະຫາຍ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍຄະນະພັນ
ລະຍາການນຳພັກ-ລັດ ແລະ ສະຫາຍ ພົນໂທ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ນາງ ພອນວັນ
ອຸທະວົງ ຮອງລັດຖະມົນຕີແຜນການ ແລະ ການລົງທຶນ, ມີຄະນະຜູ້ວ່າການທະນາຄານກາງ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ
ຢູ່ ແຂວງຫົວພັນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949- 20 ມັງ
ກອນ 2024 ) ເພື່ອພົບປະໂອ້ລົມ ນາຍ ແລະ ພົນທະຫານ ແລະ ຊຸກຍູ້ຊ່ວຍເຫຼືອ, ມອບເຄື່ອງໃຫ້ກຳລັງໃຈໃນການປະຕິບັດໜ້າທີ່ ແລະ
ຢ້ຽມຊົມບັນດາຖານທີ່ໝັ້ນຂອງການປະຕິວັດ ໂດຍສະເພາະສະຖານທີ່ສ້າງຕັ້ງກອງທັບປະຊາຊົນລາວ, ພ້ອມນັ້ນ ຄະນະຍັງໄດ້ລົງຢ້ຽມ
ຢາມ ແລະ ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ມອບວັດຖຸປັດໄຈໃຫ້ປະຊາຊົນຢູ່ເຂດຈຸດສຸມ.

     ໂອກາດດັ່ງກ່າວ, ສະຫາຍ ຄໍາແພງ ໄຊສົມແພງ ເຈົ້າແຂວງ ແຂວງຫົວພັນ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່
ແຂວງຫົວພັນ ຂອງການນໍາພັກ-ລັດ ພ້ອມດ້ວຍຄະນະໃນຄັ້ງນີ້, ເຊິ່ງຍາມໃດພັກ-ລັດກໍ່ເຫັນໄດ້ເຖິງຄວາມສຳຄັນ ມີຄວາມເປັນຫ່ວງເປັນ
ໄຍ, ພ້ອມທັງໄດ້ລາຍງານສະພາບການພັດທະນາເສດຖະກິດ-ວັດທະນະທຳ-ສັງຄົມຂອງແຂວງ, ວຽກງານການທ່ອງທ່ຽວ ແລະ ການ
ເຄື່ອນໄຫວປະຕິບັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ໃນວັນທີ 1 ມັງກອນ 2024 ນີ້, ຄະນະໄດ້ລົງຢ້ຽມຢາມກອງ
ຮ້ອຍທະຫານຊາຍແດນ 18 , ແລະ ມອບເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງອຸປະກອນການກິລາ ແລະ ມອບເງິນປະກອບສ່ວນເຂົ້າໃນ
ການກໍ່ສ້າງປັບປຸງສະຖານທີ່ຄ້າຍຄູ ຂອງກອງຮ້ອຍທະຫານຊາຍແດນ 18 ວິລະຊົນຢູ່ຜາຖີ່ມູນຄ່າ 300.750.000 ກີບ ແລະ ຍັງໄດ້ລົງ
ຢ້ຽມຢາມ ກອງພັນ 163 ເພື່ອມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ມອບເງິນ 100.000.000 ກີບ ເພື່ອນຳໄປພັດທະນາປັບປຸງກໍ່
ສ້າງກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງ.

     ໃນໂອກາດເຄື່ອນໄຫວຢ້ຽມຢາມບັນດາກົມກອງ ແລະ ປະຊາຊົນ, ສະຫາຍ ລັດຖະມົນຕີກະຊວງການເງິນໄດ້ສະແດງຄວາມຍ້ອງ
ຍໍຊົມເຊີຍ ຕໍ່ການຈັດຕັ້ງທຸກຂັ້ນໃນການປະຕິບັດໜ້າທີ່ວຽກງານ ສະເພາະແມ່ນກຳລັງປະກອບອາວຸດທີ່ເຮັດໜ້າທີ່ປົກປັກຮັກສາເຂດນໍ້າ
ແດນດິນ ເຮັດໃຫ້ປະເທດຊາດຂອງພວກເຮົາໝັ້ນຄົງຕະຫຼອດມາ ໂດຍສະເພາະໃນທົ່ວແຂວງຫົວພັນ ໄດ້ມີຄວາມສະຫງົບປອດໄພໂດຍ
ພື້ນຖານ, ປະຊາຊົນ ກໍໄດ້ປະກອບສ່ວນຢ່າງຕັ້ງໜ້າໃນວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເຮັດໃຫ້ແຂວງຫົວ
ພັນ ມີການຂະຫຍາຍຕົວທາງດ້ານເສດຖະກິດ-ວັດທະນະທຳ-ສັງຄົມ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ແຫຼ່ງຂ່າວໂດຍ ສຸເວດ ສີດາຄໍາ
ວັນທີ 05/02/2024